element-android/fastlane/metadata/android/lo-LA/full_description.txt

43 lines
8.8 KiB
Plaintext

ລະບົບແຊັດນີ້ ມີຄວາມປອດໄພ ແລະເປັນແອັບທີ່ເຮັດຊ່ວຍສົ່ງເສີ່ມການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນໝາະສົມສຳລັບການສົນທະນາກຸ່ມໃນຂະນະທີ່ເຮັດວຽກທາງໄກ. ແອັບສົນທະນານີ້ໃຊ້ການເຂົ້າລະຫັດແບບຕົ້ນທາງຈົນຈົບເພື່ອໃຫ້ການປະຊຸມວິດີໂອທີ່ມີປະສິດທິພາບ, ການແບ່ງປັນໄຟລ໌ ແລະການໂທແບບສຽງ.
<b>ຄຸນສົມບັດຂອງລະບົບລວມມີ:</b>
- ເຄື່ອງມືການສື່ສານອອນໄລນ໌ແບບລຳ້ໜ້າ
- ຂໍ້ຄວາມມີການເຂົ້າລະຫັດຢ່າງເຕັມສ່ວນເພື່ອໃຫ້ການສື່ສານຂອງອົງກອນມີຄວາມປອດໄພ, ເຖິງແມ່ນວ່າຈະເຮັດວຽກຈາກທາງໄກ
- ລະບົບແຊັດແບບແບ່ງກະຈາຍການຄຸ້ມຄອງໂດຍນຳໃຊ້ນະວັດຕະກຳເປີດຂອງລະບົບ Matrix
- ການແບ່ງປັນໄຟລ໌ຢ່າງປອດໄພກັບຂໍ້ມູນທີ່ເຂົ້າລະຫັດໄວ້ໃນຂະນະທີ່ຈັດການໂຄງການ
- ວິດີໂອສົນທະນາກັບ Voice over IP ແລະການແບ່ງປັນຫນ້າຈໍ
- ການເຊື່ອມໂຍງງ່າຍດາຍກັບເຄື່ອງມືການຮ່ວມມືອອນໄລນ໌ຂອງທ່ານ, ເຄື່ອງມືການຄຸ້ມຄອງໂຄງການ, ການບໍລິການ VoIP ແລະຂໍ້ຄວາມອື່ນໆຂອງທີມ
ລະບົບນີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງຈາກແອັບຯສົ່ງຂໍ້ຄວາມ ແລະແອັບສົ່ງເສີມການຮ່ວມມືອື່ນໆ. ມັນດໍາເນີນການຢູ່ໃນ Matrix, ເຄືອຂ່າຍເປີດສໍາລັບການສົ່ງຂໍ້ຄວາມທີ່ປອດໄພແລະການສື່ສານແບບກະຈາຍການຄຸ້ມຄອງ. ທ່ານສາມາດຕັ້ງສະຖານີດ້ວຍຕົນເອງເພື່ອໃຫ້ຜູ້ໃຊ້ເປັນເຈົ້າຂອງສູງສຸດແລະຄຸ້ມຄອງຂໍ້ມູນແລະຂໍ້ຄວາມຂອງຕົນເອງ.
<b>ຄວາມເປັນສ່ວນຕົວ ແລະຂໍ້ຄວາມເຂົ້າລະຫັດ</b>
ລະບົບຈະປົກປ້ອງທ່ານຈາກການໂຄສະນາທີ່ບໍ່ຕ້ອງການ, ການຂຸດຄົ້ນຂໍ້ມູນແລະການສ້າງເງື່ອນໄຂປິດລ້ອມ. ລະບົບຍັງຮັບປະກັນຂໍ້ມູນທັງຫມົດຂອງທ່ານ, ການໂທວິດີໂອແບບຫນຶ່ງຕໍ່ຫນຶ່ງແລະການສື່ສານສຽງໂດຍຜ່ານການເຂົ້າລະຫັດແບບຕົ້ນທາງຫາປາຍທາງ ແລະການກວດສອບອຸປະກອນກ່ອນເຊື່ອມຕໍ່.
ລະບົບເຮົາໃຫ້ທ່ານຄວບຄຸມຄວາມເປັນສ່ວນຕົວຂອງທ່ານໃນຂະນະທີ່ອະນຸຍາດໃຫ້ທ່ານຕິດຕໍ່ສື່ສານຢ່າງປອດໄພກັບທຸກຄົນໃນເຄືອຂ່າຍ Matrix, ຫຼືເຄື່ອງມືທີ່ທ່ານຄຸ້ນເຄີຍເຊັ່ນ Whatsapp, Slack, Facebook.
<b>ທ່ານສາມາດສ້າງສະຖານີຂອງຕົນເອງ</b>
ເພື່ອໃຫ້ສາມາດຄວບຄຸມຂໍ້ມູນແລະການສົນທະນາທີ່ລະອຽດອ່ອນຂອງທ່ານຫຼາຍຂຶ້ນ, ທ່ານສາມາດຕິດຕັ້ງສະຖານີສື່ສານຂອງຕົນເອງຫຼືທ່ານສາມາດເລືອກຕິດຕັ້ງໄວ້ກັບເຄືອຂ່າຍ Matrix - ມາດຕະຖານສໍາລັບລະບົບເປີດ, ການສື່ສານແບບກະຈາຍການຄຸ້ມຄອງ. ລະບົບພວກເຮົາໃຫ້ທ່ານມີຄວາມເປັນສ່ວນຕົວ, ໄດ້ຕາມມາດຕະຖານຄວາມປອດໄພແລະມີຄວາມຍືດຫຍຸ່ນໃນການເຊື່ອມໂຍງ.
<b>ເປັນເຈົ້າຂອງຂໍ້ມູນຂອງທ່ານເອງ</b>
ທ່ານສາມາດເລືອກໄດ້ວ່າຈະເກັບຂໍ້ມູນ ແລະຂໍ້ຄວາມຂອງທ່ານຢູ່ໃສ. ໂດຍບໍ່ມີຄວາມສ່ຽງຕໍ່ການຂຸດຄົ້ນຂໍ້ມູນຫຼືການເຂົ້າເຖິງຈາກພາກສ່ວນທີສາມ.
ລະບົບພວກເຮົາເຮັດໃຫ້ທ່ານສາມາດຄວບຄຸມດ້ວຍວິທີຕ່າງໆ:
1. ຮັບບັນຊີຟຣີໃນເຊີບເວີສາທາລະນະ matrix.org ທີ່ໂຮສໂດຍຜູ້ພັດທະນາ Matrix, ຫຼືເລືອກຈາກເຄື່ອງແມ່ຂ່າຍສາທາລະນະຫຼາຍພັນເຊີບເວີທີ່ໂຮສໂດຍອາສາສະໝັກ.
2. ຈັດການບັນຊີຂອງທ່ານເອງໂດຍການແລ່ນເຊີບເວີໃນໂຄງລ່າງພື້ນຖານ IT ຂອງທ່ານເອງ
3. ລົງທະບຽນສໍາລັບບັນຊີຢູ່ໃນເຄື່ອງແມ່ຂ່າຍທີ່ກໍາຫນົດເອງໂດຍພຽງແຕ່ສະຫມັກກັບ Element Matrix Services hosting platform
<b>ສົ່ງຂໍ້ຄວາມ ແລະການຮ່ວມມືກັບລະບົບອື່ນໆທີ່ທ່ານຄຸ້ນເຄີຍ</b>
ທ່ານສາມາດສົນທະນາກັບທຸກຄົນໃນເຄືອຂ່າຍ Matrix, ບໍ່ວ່າເຂົາເຈົ້າກໍາລັງໃຊ້ Element, ແອັບ Matrix ອື່ນ ຫຼືເຖິງແມ່ນວ່າເຂົາເຈົ້າກຳລັງໃຊ້ແອັບສົ່ງຂໍ້ຄວາມອື່ນຢູ່.
<b>ປອດໄພທີ່ສຸດ</b>
ການເຂົ້າລະຫັດຈາກຕົ້ນທາງຫາປາຍທາງ (ມີພຽງແຕ່ຜູ້ທີ່ຢູ່ໃນການສົນທະນາສາມາດຖອດລະຫັດຂໍ້ຄວາມໄດ້), ແລະການຢັ້ງຢືນອຸປະກອນໂດຍການລົງນາມຂ້າມອຸປະກອນ.
<b>ການສື່ສານແລະການເຊື່ອມໂຍງທີ່ຄົບຖ້ວນສົມບູນ</b>
ການສົ່ງຂໍ້ຄວາມ, ການໂທສຽງ ແລະວິດີໂອ, ການແບ່ງປັນໄຟລ໌, ການແບ່ງປັນໜ້າຈໍ ແລະການເຊື່ອມໂຍງທັງໝົດ, ບັອດ ແລະວິດເຈັດ. ສ້າງຫ້ອງ, ຊຸມຊົນ, ຕິດຕໍ່ພົວພັນແລະເຮັດສິ່ງຕ່າງໆ.
<b>ສືບຕໍ່ຈາກການສົນທະນາລ້າສຸດ</b>
ທ່ານສາມາດຕິດຕໍ່ພົວພັນໄດ້ທຸກບ່ອນທີ່ຕ້ອງການ ເຊິ່ງປະຫວັດການສົນທະນາຈະຖືກອັບເດດໄປຫາບັນດາອຸປະກອນຕ່າງໆຂອງທ່ານ ລວມເຖິງໃນເວັບໄຊຕ໌ທີ່ https://app.element.io
<b>ເຕັກໂນໂລຊີໂອເພິນຊອດ</b>
Element ເປັນໂຄງການເຕັກໂນໂລຊີໂອເພິນຊອດ, ເປັນເຈົ້າພາບໂດຍ GitHub. ກະລຸນາລາຍງານຂໍ້ບົກພ່ອງ ແລະ/ຫຼື ປະກອບສ່ວນເຂົ້າໃນການພັດທະນາຂອງລະບົບຢູ່ https://github.com/element-hq/element-android